ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນຳກະຊວງປ້ອງກັນປະເທດ ກວດກາໂຄງການ
ກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດ


     ​ໃນວັນທີ 08 ມັງກອນ 2024 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງອະນຸ
ສອນສະຖານກອງໄຊຈັກກະພັດ ຢູ່ແຂວງຈຳປາສັກ. ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງ ໂຮງແຮມດອກບົວຄູ່ ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ຮອງຫົວໜ້າຄະ
ນະຊີ້ນໍາໂຄງການອະນຸສອນສະຖານກອງໄຊຈັກກະພັດ, ມີ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການ ກະ
ຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງຈຳປາສັກ, ມີຫົວໜ້າກົມເສດຖະກິດ, ກົມກວດກາ, ກົມການເງິນ ກະຊວງປ້ອງກັນປະເທດ, ມີອໍານວຍການບໍລິສັດດວງຈັນຮຸ່ງເຮືອງ
ຈຳກັດຜູ້ດຽວ, ພ້ອມດ້ວຍຄະນະວິຊາການຕິດຕາມໂຄງການ ແລະ ພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ດວງສະໝອນ ບົວມະນີຈັນ ອໍານວຍການ ບໍລິສັດດວງຈັນຮຸ່ງເຮືອງ ຈໍາກັດຜູ້ດຽວ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບໂຄງການ
ກໍ່ສ້າງເສັ້ນທາງອະນຸສອນສະຖານກອງໄຊຈັກກະພັດໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກຫຼາຍບັນຫາ ເປັນຕົ້ນ ຄະນະ
ນັກວິຊາການໄດ້ເປັນເຈົ້າການໃນການປະຕິບັດໜ້າວຽກຂອງຕົນເປັນຢ່າງດີ ແລະ ໄດ້ເອົາໃຈໃສ່ດຳເນີນກໍ່ສ້າງເສັ້ນທາງດັ່ງກ່າວ ເພື່ອໃຫ້ໄດ້
ຕາມມາດຖານທີ່ກຳນົດໄວ້, ເຊິ່ງໂຄງການດັ່ງກ່າວແມ່ນໄດ້ເລີ່ມຕົ້ນການກໍ່ສ້າງແຕ່ເດືອນ 10 ປີ 2021 ຈົນມາຮອດ ເດືອນ 12 ປີ 2022
ແມ່ນໄດ້ຮັບການກວດກາ 2 ຄັ້ງຈາກຄະນະກໍາມະການ ແລະ ໄດ້ຊີ້ນໍາໃຫ້ບໍລິສັດປັບປຸງຄືນບາງໜ້າວຽກ. ນັບແຕ່ເດືອນ 12 ມາຮອດ ປະຈຸ
ບັນໂຄງການດັ່ງກ່າວແມ່ນໄດ້ປັບປຸງໜ້າວຽກຄືນຕາມການຊີ້ນຳຂອງຄະນະວິຊາການ ແລະ ໄດ້ລົງກວດກາພາກສະໜາມຕົວຈິງ ສາມາດສະ
ຫຼຸບບໍລິມາດທີ່ປະຕິບັດໄດ້ 76,9%. ໃນກອງປະຊຸມອະນຸກຳມະການແຕ່ລະພາກສ່ວນກໍ່ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄຳເຫັນຢ່າງກົງ
ໄປກົງມາ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະການທີ່ຈະຕ້ອງໄດ້ແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ບໍ່ສອດຄ່ອງຕໍ່ກັບໜ້າວຽກຕ່າງໆ ເພື່ອ
ພ້ອມກັນນຳເອົາເນື້ອໃນຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງໃຫ້ມີຜົນສຳເລັດ ແລະ ຖືກຕ້ອງ, ສອດຄ່ອງ
ກັບແບບແຜນທີ່ທາງໂຄງການກຳນົດໄວ້.

ແຫຼ່ງຂ່າວໂດຍ ດາວົງ ບຸດຕະວົງ
ວັນທີ 11/01/2024